ດິນແດນຂອງພວກເຮົາ

ຊາໃນລາວ

ຊາເຕີບໃຫຍ່ໃນປ່າທໍາມະຊາດ ແລະ ປ່າໄມ້ເກົ່າແກ່ໃນເຂດພູດອຍຫຼາຍແຫ່ງຂອງລາວ, ແລະ ເປັນເວລາຫຼາຍສັດຕະວັດມາແລ້ວ ທີ່ໄດ້ມີການແລກປ່ຽນຊື້ຂາຍຊາ ແລະ ແຜ່ກະຈາຍຜ່ານກອງຄາລາວານມ້າໃນເຄືອຂ່າຍອັນກວ້າງຂວາງ ເຊິ່ງໄດ້ຂະຫຍາຍໄປທົ່ວເຂດພາກໃຕ້ຂອງຈີນ, ລວມທັງພາກເໜືອຂອງມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນໄລຍະນີ້, ແນວພັນຊາ, ລວມທັງຄວາມຮູ້ກ່ຽວກັບການປູກ, ການປຸງແຕ່ງ, ຜົນປະໂຫຍດ ແລະ ພຶດຕິກໍາການບໍລິໂພກໄດ້ເລີ່ມກໍ່ຕົວຂຶ້ນ ແລະ ແຜ່ກະຈາຍອອກສູ່ວົງກວ້າງ.

ສາມາດພົບເຫັນຕົ້ນຊາໃນປ່າຫຼາຍແຫ່ງຂອງລາວ. ນອກຈາກຂໍ້ຍົກເວັ້ນການນໍາເຂົ້າທີ່ຫາຍາກຈໍານວນອໜຶ່ງແລ້ວ, ຊາໃນລາວຍັງເປັນພັນໄມ້ໃບໃຫຍ່ ເຊິ່ງສ່ວນໃຫຍ່ແມ່ນມາຈາກ ຕົ້ນໄມ້ຕະກຸນຄາມີເລຍ ໄຊເນນຊິສ ວາຣ໌ ອັສຊໍາມິກາ. ເມື່ອບໍ່ມີການຕັດຮອນຕົ້ນໄມ້ດັ່ງກ່າວ, ມັນກໍຈະເຕີບໃຫຍ່ເປັນໄມ້ທີ່ມີລໍາຕົ້ນດ່ຽວ ເຊິ່ງສາມາດສູງໄດ້ເຖິງ 20 ແມັດ ແລະ ມີອາຍຸຍືນຍາວຫຼາຍສະຕະວັດ ຫຼື ຫຼາຍພັນປີ. ໃນຫຼາຍກໍລະນີທີ່ພວກເຮົາບໍ່ສາມາດໝັ້ນໃຈໄດ້ວ່າ ບັນດາຕົ້ນຊານັ້ນເປັນປ່າ ຫຼື ປູກມາແຕ່ດົນນານແລ້ວ: ປະຊາຊົນທີ່ອາໄສຢູ່ໃນເຂດພູດອຍຂອງລາວ ມັກຈະຍ້າຍຖິ່ນຖານ, ເຮັດໄຮ່ແບບເລື່ອນລອຍ ລວມທັງຍ້າຍບ້ານຂອງຕົນເອງ. ຫຼັງຈາກນັ້ນ, ຕົ້ນຊາດັ່ງກ່າວກໍຖືກຄົ້ນພົບຄືນໃໝ່ໃນຫຼາຍທົດສະວັດ ຫຼື ຫຼາຍສັດຕະວັດຕໍ່ມາ, ໂດຍເຕີບໃຫຍ່ປົນເປກັບປ່າທໍາມະຊາດ. ໃນເມື່ອກ່ອນ, ຕົ້ນຊາບູຮານຖືກຕັດຍ້ອນປະຊາຊົນພາກັນປູກເຂົ້າໄຮ່ແບບໝູນວຽນ, ແຕ່ຮາກຂອງຕົ້ນໄມ້ຕະກຸນຄາມີເລຍສະເພາະສ່ວນທີ່ແຂງແຮງໄດ້ລອດຊີວິດຈາກໄຟໄໝ້ປ່າ ແລະ ຈະເລີນເຕີບໂຕຄືນໃໝ່ພ້ອມກາຍເປັນພື້ນທີ່ອັນຮົກເຮື້ອແຫ່ງໃໝ່. ຊາວກະສິກອນໄດ້ເກັບກ່ຽວຊາຈາກພຸ່ມໄມ້ທີ່ຈະເລີນເຕີບໂຕ ຫຼື ຕົ້ນຊາທີ່ປູກໃໝ່ໃນຫຼາຍແຂວງຂອງລາວ, ບໍ່ວ່າຈະຢູ່ໃນສວນຊາສະເພາະ ຫຼື ໃນສວນປູກພືດຊະນິດອື່ນໆ.

ຊາໃນຍອດອູ

ຊາທີ່ເກີດໃນປ່າ ຫຼື ຊາທີ່ປູກໃນພື້ນທີ່ປ່າ ໄດ້ຖືກນໍາມາໃຊ້ໃນພິທີການຕ່າງໆ, ໃຊ້ເປັນຢາ, ໃຊ້ດື່ມ ຫຼື ໝັກດອງເປັນໝ້ຽງເພື່ອບໍລິໂພກພາຍໃນບ້ານ. ຊາເປັນສ່ວນໜຶ່ງຂອງວັດທະນະທໍາຢ້າວພື້ນເມືອງ ແລະ ຍັງປາກົດຢູ່ໃນໜັງສືຂຽນພູ່ກັນຂອງຢ້າວ ທີ່ຂຽນດ້ວຍລາຍມືຢ່າງຊໍານານ, ເຊິ່ງສ່ວນໃຫຍ່ຈະໃຊ້ເພື່ອສົ່ງຂໍ້ມູນທາງໂຫລາສາດ ແລະ ພິທີກໍາຕ່າງໆ.

ໃນການຜະລິດຊາເພື່ອຈຸດປະສົງທາງການຄ້າໃນເມືອງຍອດອູແມ່ນມີຂຶ້ນເມື່ອບໍ່ດົນມານີ້. ໂດຍເລີ່ມຕົ້ນຈາກຄວາມຕ້ອງການຕົ້ນຊາບູຮານ ແລະ ຊາພູເອີທີ່ເພີ່ມຂຶ້ນ ຈາກເມືອງຢິວູ/ຢູນນານ ເຊິ່ງເປັນໜຶ່ງໃນບັນດາພູຊາທີ່ມີຊື່ສຽງທີ່ສຸດໃນປະເທດຈີນ, ແລະ ຢູ່ຕິດກັບເຂດເມືອງຍອດອູໂດຍກົງ - ໃນຊ່ວງຕົ້ນປີເຖິງກາງປີ 2000. ໃນຊ່ວງທີ່ຊາພູເອີໄດ້ຮັບຄວາມນິຍົມ, ລາຄາຊາກໍພຸ່ງສູງຂຶ້ນເປັນປະຫວັດການແບບບໍ່ເຄີຍມີມາກ່ອນ ແລະ ທາງຝັ່ງຈີນກໍໄດ້ຍອມເສຍສະຫຼະປ່າໄມ້ເພື່ອປູກຊາຫຼາຍຂຶ້ນເລື້ອຍໆ, ໃນຂະນະທີ່ຝັ່ງລາວຍັງມີປ່າໄມ້ທີ່ອຸດົມສົມບູນ.

ຄວາມຫຼາກຫຼາຍຂອງຊະນິດພັນພືດຢູ່ໃນປ່າ ແລະ ສວນໃນເມືອງຍອດອູ ຖືເປັນມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາອັນລໍ້າຄ່າ. ຕົ້ນຊາຫຼາຍຕົ້ນແມ່ນເປັນປ່າ ຫຼື ປ່າຊາບູຮານ, ເຊິ່ງບາງຕົ້ນໄດ້ຮັບການຄັດເລືອກ ແລະ ເພາະພັນເມັດຊາໂດຍຊາວກະສິກອນທີ່ຜ່ານຫຼາຍຮຸ່ນຄົນ. ສະພາບທາງທໍລະນີສາດ ແລະ ອຸຕຸນິຍົມວິທະຍາໃນເມືອງຍອດອູ ແມ່ນຄ້າຍຄືກັນກັບເມືອງຢິວູ ທີ່ເປັນພູຊາທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງຂອງປະເທດຈີນ, ແລະ ຢູ່ຕິດກັບເມືອງຍອດອູໂດຍກົງ ໂດຍມີສະພາບອາກາດແບບມໍລະສຸມທົ່ວໄປ ທີ່ມີທັງຮ້ອນ, ແຫ້ງແລ້ງ, ປຽກຊຸ່ມ, ແລະ ເຢັນ ເຊິ່ງຂຶ້ນກັບລະດູການທີ່ແຕກຕ່າງກັນ. ຄວາມຫຼາກຫຼາຍທາງຊີວະນາໆພັນຂອງປ່າໄມ້ ແລະ ສວນຊາລ້ວນແຕ່ມີອິດທິພົນຕໍ່ລັກສະນະສະເພາະຂອງຊາ.

ລັກສະນະທາງປະສາດສໍາຜັດຂອງຊາເຫຼົ່ານີ້ແມ່ນແຕກຕ່າງກັນໄປຂຶ້ນຢູ່ກັບຊະນິດຂອງຕົ້ນຊາ, ອາຍຸ, ຄວາມສູງ, ອົງປະກອບຂອງດິນ ແລະອື່ນໆ. ຢ່າງໃດກໍຕາມ, ມີລັກສະນະສະເພາະຂອງທ້ອງຖິ່ນໂດຍລວມທີ່ສາມາດອະທິບາຍໄດ້ວ່າ ເປັນລັກສະນະຊາທີ່ມີລົດຊາດແບບທໍາມະຊາດ , ລົດຊາດນຸ້ມນວນ, ກິ່ນຫອມທີ່ມີລັກສະນະພິເສດ ແລະ ລົດຊາດເຂັ້ມຂຸ້ນ ຂະນະທີ່ໃນຂົງເຂດອື່ນໆ, ຊາພູເອີສາມາດເອົາຊະນະໃຈຜູ້ມັກດື່ມຊາໄດ້ໃນໄລຍະຕົ້ນ; ຊາຍອດອູ ໂດຍທົ່ວໄປຈະມີໂຄງສ້າງຜິວແທນນິນທີ່ອ່ອນໂຍນກວ່າ, ທັງມີຄວາມສົມດູນ ແລະ ໜ້າເພິ່ງພໍໃຈໃນເນື້ອສໍາຜັດ, ທາງປາກ ແລະ ຮ່າງກາຍ. ໃນຊ່ວງຂອງການແກ່ຕົວ, ຊາເຫຼົ່ານີ້ຈະພັດທະນາຄວາມລໍ້າເລິກ ແລະ ຄວາມຊັບຊ້ອນ ໂດຍຄ່ອຍໆປ່ຽນຈາກສະພາບສີຂຽວ ເປັນກິ່ນໝາກໄມ້ຕະກຸນໝາກກ້ຽງ, ໝາກໄມ້ທີ່ເປັນໝາກດ່ຽວ ແລະ ກິ່ນເຣຊິນສົດ ອັນນໍາໄປສູ່ບັນຍາກາດແບບກິ່ນໄມ້, ເຄື່ອງເທດ ແລະ ເຄື່ອງຫອມທີ່ເລິກເຊິ່ງ.