ສະຫະກອນຊາຍອດອູ ໄດ້ເຕົ້າໂຮມເອົາບັນດາຊາວກະສິກອນຜູ້ປູກຊາຈາກເມືອງຍອດອູ, ແຂວງຜົ້ງສາລີ, ປະເທດລາວ. ຈຸດປະສົງກໍເພື່ອດໍາເນີນການຜະລິດຊາເກດພຣີມຽມຈາກພື້ນທີ່ທີ່ເປັນເອກະລັກບໍ່ຄືໃຜ ໂດຍນໍາໃຊ້ວິທີການປະຕິບັດເຊີງນິເວດວິທະຍາກະສິກໍາ, ແລະ ເພື່ອເປັນການປັບປຸງການດໍາລົງຊີວິດ ແລະ ຊີວິດການເປັນຢູ່ທີ່ດີຂອງຜູ້ປູກຊາ ໃນຂະນະດຽວກັນ ກໍເພື່ອເປັນການຮັບປະກັນໃຫ້ມີການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ ທັງເປັນມິດກັບສິ່ງແວດລ້ອມ.