ລາຍລະອຽດຊາ

ຕົ້ນກໍາເນີດຊາ

ຊາທັງໝົດຂອງພວກເຮົາ ເກີດ ແລະ ເຕີບໃຫຍ່ໃນປ່າ ຫຼື ສວນຊາທີ່ມີຄວາມຫຼາກຫຼາຍທາງຊີວະນາໆພັນ ບ່ອນທີ່ມີຮົ່ມເງົາຕຶບໜາ ຫຼື ມີຮົ່ມເປັນບາງສ່ວນ ເຊິ່ງເປັນສ່ວນໜຶ່ງຂອງລະບົບນິເວດທີ່ມີຄວາມອຸດົມສົມບູນ ແລະ ສາມາດໃຊ້ງານໄດ້.

ໃນການປູກຊາພື້ນເມືອງ ແລະ ວິທີການຜະລິດທີ່ເຮັດຢູ່ເມືອງຍອດອູນັ້ນໃຫ້ຜົນຜະລິດຕ່ຳກວ່າວິທີອື່ນຫຼາຍພໍສົມຄວນ, ເນື່ອງຈາກຍອດຊາຈະເລີນເຕີບໂຕຊ້າກວ່າ ແລະ ຍາກຕໍ່ການເລືອກເກັບ. ຢ່າງໃດກໍຕາມ, ເມື່ອເວົ້າເຖິງລະດັບຄຸນນະພາບແມ່ນຖືວ່າເປັນເລີດ. ນີ້ຄືໜຶ່ງເຫດຜົນທີ່ພວກເຮົາເອີ້ນຊາເຫຼົ່ານີ້ວ່າ "ຊາເກດພຣີມຽມ" ເນື່ອງຈາກເປັນຜົນງານທີ່ເກີດຈາກທໍາມະຊາດໂດຍກົງ. ປະການທີສອງກໍຄື ຄວາມຮູ້ຂອງມະນຸດ ເຊັ່ນ: ວິທີການອັນປານີດຂອງພວກເຮົາໃນການຜະລິດຊາ, ການດຶງເອົາຄວາມຮູ້ກ່ຽວກັບຊາ ແລະ ສິລະປະການປູກຊາຜ່ານຫຼາຍສັດຕະວັດຂອງເຂດຢີວູ ເຊິ່ງເປັນພື້ນທີ່ໜຶ່ງຂອງການປູກຊາທີ່ເກົ່າແກ່ທີ່ສຸດ ແລະ ມີຊື່ສຽງທີ່ສຸດໃນປະເທດຈີນ, ເຊິ່ງເປັນສ່ວນໜຶ່ງຂອງຊາຍອດອູ ແລະ ປະຊາຊົນຂອງເຂດນັ້ນກໍມີການເຊື່ອມໂຍງຢ່າງໃກ້ຊິດ. ຊາທັງໝົດແມ່ນເຮັດດ້ວຍມື ໂດຍຄອບຄົວຊາວກະສິກອນຂອງພວກເຮົາ ເຊິ່ງແມ່ນສະມາຊິກສະຫະກອນຊາຍອດອູ. ພວກເຂົາເຫຼົ່ານັ້ນໃຊ້ມືຕົນເອງເດັດເອົາຍອດຊາສົດໆຈາກຕົ້ນ, ໃນການປຸງແຕ່ງຊາພູເອີແມ່ນໃຊ້ວິທີການຂົ້ວດ້ວຍໝໍ້ຂາງຕັ້ງເຕົາໄຟທີ່ໃຊ້ໄມ້ຟືນ ຂະນະທີ່ຜູ້ສູງອາຍຸພາຍໃນບ້ານຈະຄັດແຍກໃບເກົ່າດ້ວຍຕົນເອງ.

ຊາປ່າ: ຕົ້ນຊາປ່າ ຫຼື ຕົ້ນຊາບູຮານທີ່ຊາວກະສິກອນບໍ່ໄດ້ປູກ ມີບາງຕົ້ນສູງເຖິງ 15 ແມັດ. ພວກມັນຖືກປ່ອຍໃຫ້ເຕີບໃຫຍ່ໂດຍບໍ່ຖືກລົບກວນໃນສະພາບທໍາມະຊາດ, ພຽງແຕ່ຕັດຮອນເອົາກິ່ງງ່າທີ່ຕາຍແລ້ວ ຫຼື ສ່ວນທີ່ເປັນພະຍາດອອກເທົ່ານັ້ນ.

ຊາປູກໃນສວນປ່າ: ປູກຈາກແກ່ນຂອງຕົ້ນຊາປ່າ / ຕົ້ນຊາບູຮານເຫຼົ່ານັ້ນ ໂດຍປະຕິບັດຕາມຫຼັກການລະບົບກະສິກໍາ. ຕົ້ນຊາບໍ່ໄດ້ຖືກຕັດໃຫ້ເປັນພຸ່ມໄມ້ເຕ້ຍຄືກັບຢູ່ບ່ອນອື່ນ, ແຕ່ສາມາດປັບແປງເປັນຮູບຊົງແບບພຸ່ມໄມ້ສູງ ໂດຍຕັດເລັມໃຫ້ໜ້ອຍທີ່ສຸດ.

ລະດູການຂອງໃບຊາ

ໃນສວນຊາຂອງພວກເຮົາ, ຈະມີການເກັບກ່ຽວຊາໃນຊ່ວງປະມານກາງເດືອນມີນາເຖິງຕົ້ນເດືອນພະຈິກ. ໃນລະດູໜາວ, ຕົ້ນຊາສີຂຽວອຸ່ມທຸ່ມຕະຫຼອດປີນັ້ນຈະ "ຈໍາສິນ" ເນື່ອງຈາກກ້າວເຂົ້າສູ່ຊ່ວງພັກໂຕ ເຊິ່ງບໍ່ມີໃບໃໝ່ປົ່ງຂຶ້ນ; ວິວັດທະນາການຂອງພືດຈະຖືກປ່ຽນລົງໄປທາງພື້ນດິນບ່ອນທີ່ຮາກຂອງມັນມີການເຕີບໂຕ ແລະ ພັດທະນາ. ໃນຊ່ວງນີ້, ຕົ້ນໄມ້ຈະຢຸດການເຕີບໂຕຊົ່ວຄາວເພື່ອພັກຜ່ອນ ທັງຫຼັ່ງນໍ້າອອກຈາກລໍາຕົ້ນເພື່ອເຊາະລ້າງຄວາມເປັ່ງປັງອີກຄັ້ງໃນລະດູໃບໄມ້ປົ່ງ.

ຊາລະດູໃບໄມ້ປົ່ງ
ຊາລະດູໃບໄມ້ປົ່ງ ເປັນທີ່ຕ້ອງການຫຼາຍທີ່ສຸດໃນບັນດາຜະລິດຕະພັນຊາທັງໝົດ. ຍອດອ່ອນມີເວລາໃນການສ້າງໄຟໂຕເຄມິຄອລທີ່ມີພະລັງໃນຊ່ວງລະດູໜາວ ແລະ ເຕັມໄປດ້ວຍສານອາຫານ ລວມທັງສານປະກອບທີ່ມີກິ່ນຫອມ. ຊາລະດູໃບໄມ້ປົ່ງມີລົດຊາດຂ້ອນຂ້າງຂົມ ແລະ ຝາດ ເນື່ອງຈາກໂພລີຟີນອລມີຄວາມເຂັ້ມຂຸ້ນສູງ. ຊາເຫຼົ່ານີ້ສາມາດນໍາມາຊົງໄດ້ຫຼາຍຄັ້ງ ແລະ ເໝາະສົມສໍາລັບຜູ້ສູງອາຍຸ. ໃນການເກັບກ່ຽວຊາໃນຊ່ວງລະດູໃບໄມ້ປົ່ງ ຈະແກ່ຍາວຈົນຮອດທ້າຍເດືອນພຶດສະພາ, ກ່ອນທີ່ຝົນຫ່າໃຫຍ່ຈະຕົກລົງມາ. ໂດຍທົ່ວໄປແລ້ວ, ລາຄາຈະຂ້ອນຂ້າງສູງໃນຊ່ວງກ່ອນປີໃໝ່ລາວ ຫຼື ງານບຸນຊິງໝິງ ໃນປະເທດຈີນ ແລະ ລາຄາຈະຫຼຸດລົງເລັກໜ້ອຍຈົນຮອດທ້າຍເດືອນພຶດສະພາ.

ໂດຍທົ່ວໄປແລ້ວ ຊາປ່າຈະມີການເກັບກ່ຽວພຽງຄັ້ງດຽວໃນລະດູໃບໄມ້ປົ່ງ. ຕົ້ນຊາປ່າ ແລະ ຕົ້ນຊາບູຮານຈະປົ່ງຍອດຊ້າກວ່າຕົ້ນຊາທີ່ເກີດລຸນຫຼັງພວກມັນເປັນເວລາຫຼາຍອາທິດ ໃນຊ່ວງປະມານກາງຫາທ້າຍເດືອນເມສາ ທັງນີ້ແມ່ນຂຶ້ນຢູ່ກັບລະດັບຄວາມສູງ ແລະ ລັກສະນະທີ່ແຕກຕ່າງກັນ. ຊາປ່າໃຫ້ຜົນຜະລິດໜ້ອຍ, ເຊິ່ງຕົ້ນຊາໃຫຍ່ຕົ້ນໜຶ່ງໃຫ້ໃບສົດໄດ້ພຽງປະມານ 2-3 kg ເທົ່ານັ້ນ.

ຊາລະດູຮ້ອນ
ນັບແຕ່ທ້າຍເດືອນພຶດສະພາເປັນຕົ້ນໄປ, ຝົນມໍລະສຸມຈະຕົກໜັກຂຶ້ນ ແລະ ຖີ່ຂຶ້ນ. ຕົ້ນຊາຈະດູດຊັບເອົາປະລິມານນໍ້າຈໍານວນຫຼາຍນີ້ ພ້ອມຜະລິດສານໃນໃບຫຼາຍຂຶ້ນ, ທັງເຈືອຈາງສານປະກອບທີ່ມີກິ່ນຫອມ ປະສົມກັບສານທີ່ເຮັດໃຫ້ຊາມີເນື້ອສໍາຜັດ ແລະ ລັກສະນະສະເພາະຕົວ. ຂະນະທີ່ລະດູຝົນຈະສິ້ນສຸດລົງໃນຊ່ວງກາງເດືອນກັນຍາເຖິງຕົ້ນເດືອນຕຸລາ.

ໂດຍທົ່ວໄປແລ້ວ ແມ່ນຈະບໍ່ມີການເກັບຊາປ່າໃນຊ່ວງລະດູຮ້ອນ ເນື່ອງຈາກຕົ້ນຊາມີຄວາມອ່ອນໄຫວຫຼາຍຂຶ້ນ, ນອກຈາກນັ້ນ ພືີ້ນທີ່ປ່າໂດຍທົ່ວໄປຍັງຢູ່ຫ່າງໄກສອກຫຼີກ ທັງເຂົ້າເຖິງໄດ້ຍາກໃນຊ່ວງທີ່ມີຝົນຕົກໜັກ.

ຊາລະດູໃບໄມ້ຫຼົ່ນ
ນັບແຕ່ທ້າຍເດືອນກັນຍາເຖິງຕົ້ນເດືອນພະຈິກ, ປະລິມານຝົນຕົກຈະຄ່ອຍໆຫຼຸດລົງ ຂະນະທີ່ອາກາດຈະເລີ່ມແຫ້ງແລ້ງ ແລະ ເຢັນລົງ. ຖືເປັນຊ່ວງວັນເວລາທີ່ອາກາດຈະອົບອຸ່ນໃນຕອນກາງເວັນ ທັງໜາວເຢັນໃນຕອນກາງຄືນໂດຍສະເພາະຄືນທີ່ມີນໍ້າໝອກລົງຈົນຮອດຊ່ວງຕອນເຊົ້າ ເຊິ່ງເໝາະສໍາລັບຕົ້ນຊາໃນການດູດຊັບນໍ້າຄ້າງຕາມໃບໄມ້ ແລະ ເທິງໜ້າດິນ. ທັງໃບ ແລະ ກ້ານອ່ອນຂອງຊາລະດູໃບໄມ້ຫຼົ່ນຈະຂ້ອນຂ້າງຫຍາບທັງແຫ້ງກວ່າຊາລະດູໃບໄມ້ປົ່ງ, ສົ່ງຜົນໃຫ້ໃບຊາຂຶ້ນສີເຫຼືອງ/ໃບແກ່ຫຼາຍຂຶ້ນໃນລະຫວ່າງການປຸງແຕ່ງ ແລະ ມັກເກີດປະຕິກິລິຍາອອກຊີເດຊັນຫຼາຍຂຶ້ນເລັກໜ້ອຍ ເນື່ອງຈາກໃບຊາຈະຜ່ານຂະບວນການປຸງແຕ່ງຢ່າງເທົ່າທຽມກັນໄດ້ຍາກຂຶ້ນ. ຊາລະດູໃບໄມ້ຫຼົ່ນຈະເຕັມໄປດ້ວຍກິ່ນຫອມອ່ອນໆແບບພິເສດ ເຊິ່ງເປັນທີ່ນິຍົມຂອງບັນດານັກດື່ມຊາຈໍານວນຫຼາຍ.

ຕົ້ນຊາປ່າໂດຍປົກກະຕິແລ້ວແມ່ນຈະລົງມືເກັບອີກຄັ້ງໃນຊ່ວງເດືອນຕຸລາ.

ຕິດຕໍ່ພວກເຮົາສໍາລັບຂໍ້ມູນເພີ່ມເຕີມ ຫຼື ການສັ່ງຊື້