ຫຼັກການຂອງພວກເຮົາ

gender & social inclusion

ແມ່ຍິງທີ່ເຮັດວຽກໃນການຜະລິດຊາຢູ່ທົ່ວທຸກແຫ່ງໃນໂລກ ສ່ວນໃຫຍ່ຈະເປັນຜູ້ຢູ່ເບື້ອງຫຼັງ. ໃນຖານະເປັນກຸ່ມສະຫະກອນ, ບົດບາດຂອງພວກເຮົານັ້ນກໍຄື ເພື່ອຮັບປະກັນວ່າ ແມ່ຍິງມີສ່ວນຮ່ວມໃນຂະບວນການຕັດສິນໃຈ ແລະ ສົ່ງເສີມຄວາມເປັນຜູ້ນໍາໃຫ້ກັບພວກເຂົາ.

ໃນພາກປະຕິບັດ:

forest & biodiversity preservation

ປ່າໄມ້ປຽບເໝືອນທີ່ຢູ່ອາໄສຂອງພວກເຮົາ, ເຮືອນຂອງພວກເຮົາ ລວມທັງປັດໄຈການດໍາລົງຊີວິດຂອງພວກເຮົາ. ຖ້າປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນຫາກຫຼຸດໜ້ອຍຖອຍລົງ, ຈໍານວນຕົ້ນຊາຂອງພວກເຮົາກໍຈະຫຼຸດລົງເຊັ່ນກັນ. ເພື່ອເປັນການອະນຸລັກປ່າໄມ້, ພວກເຮົາຈິ່ງໄດ້ມີການຜະລິດຊາໃຫ້ດີຂຶ້ນ ທັງສານຕໍ່ເສັ້ນທາງຊີວິດຂອງພວກເຮົາ ດ້ວຍການສ້າງປະຕິສໍາພັນທີ່ດີກັບທໍາມະຊາດ.

ໃນພາກປະຕິບັດ:

ຫຼັກການນິເວດວິທະຍາກະສິກໍາ

ລະບົບນິເວດປ່າໄມ້ (ດິນ, ພືດ, ສັດ ແລະ ຈຸລິນຊີ) ໄດ້ສະໜອງໃຫ້ພວກເຮົາຢ່າງທົ່ງເຖິງດ້ວຍຊັບພະຍາກອນທີ່ມີຄ່າ ແລະ ຕ້ອງໃດ້ຮັບການຮັກສາໃຫ້ດີທີ່ສຸດ ມັນມີຄຸນຄ່າທີ່ສຳຄັນຕໍ່ອະນາຄົດຂອງເດັກນ້ອຍ, ຊາວກະສິກອນຊົນເຜົ່າສ່ວນນ້ອຍໃນເຂດພູດອຍ ມີປະຫວັດສາດອັນຍາວນານ ແລະ ມີຄວາມຊໍານານດ້ານການກະສິກຳແບບຍືນຍົງ. ພວກເຮົາໄດ້ດຶງເອົາຄວາມຮູ້ ແລະ ປະເພນີດັ່ງກ່າວນັ້ນມານໍາໃຊ້ ແລະ ຮຽນຮູ້ຈາກການປະຕິບັດເຊີງນິເວດວິທະຍາກະສິກໍາ ແລະ ປະສົບການຂອງຊາວກະສິກອນຜູ້ປູກຊາໃນປະເທດອື່ນໆ, ເພື່ອເຮັດໃຫ້ການຜະລິດຊາຂອງພວກເຮົາມີຄວາມສອດຄ່ອງຕາມຫຼັກທໍາມະຊາດ.

ໃນພາກປະຕິບັດ:

ການຜະລິດຂອງຊາວກະສິກອນລາຍຍ່ອຍ

ສະມາຊິກຂອງພວກເຮົາທຸກຄົນລ້ວນແຕ່ເປັນອິດສະຫຼະ: ພວກເຂົາຜະລິດຊາທີ່ເກັບໄດ້ຈາກສວນຊາຂອງຕົນເອງ, ເຊິ່ງສ່ວນໃຫຍ່ແມ່ນຢູ່ລະຫວ່າງ 0,2 ຫາ 1,5 ເຮັກຕາ, ການຂາຍຜົນຜະລິດແມ່ນຂາຍເປັນລາຍບຸກຄົນ ແລະ ຂາຍລວມກັນຜ່ານລະບົບສະຫະກອນ ທັງຂາຍລວມກັນຜ່ານກຸ່ມສະຫະກອນ. ການປູກຝັງຂອງຊາວກະສິກອນລາຍຍ່ອຍແມ່ນໜຶ່ງໃນລັກສະນະສຳຄັນຂອງການເຮັດກະສິກໍາແບບໃຫ້ກຽດກັນ.

ໃນພາກປະຕິບັດ:

ມາດຕະຖານຄຸນນະພາບລະດັບພຣີມຽມ

ຊາປ່າມີຕົ້ນກໍາເນີດມາຈາກລະບົບນິເວດທີ່ມີຄວາມອຸດົມສົມບູນ ແລະ ມີເອກະລັກສະເພາະໃນຕົວ. ໜ້າວຽກຂອງພວກເຮົານັ້ນກໍຄື ເພື່ອຮັກສາ ແລະ ປຸງແຕ່ງ, ແປຮູບ ຊາແຫ້ງ ໃຫ້ມີຄຸນນະພາບດີ. ພວກເຮົາໄດ້ຮັບແຮງບັນດານໃຈຈາກລະບົບກະສິກໍາໃນສວນປ່າຂອງພວກເຮົາ. ຊາທຸກຊະນິດຂອງພວກເຮົາ ລ້ວນແຕ່ຜ່ານການເກັບກ່ຽວ ແລະ ປຸງແຕ່ງດ້ວຍມື. ພວກເຮົາຍັງໄດ້ພັດທະນາວິທີການຜະລິດຂອງຕົນຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ສອດຄ່ອງຕາມມາດຕະຖານທີ່ມີຄຸນນະພາບສູງ.

ໃນພາກປະຕິບັດ:

ການປະເມີນຄວາມຮູ້ໃນທ້ອງຖິ່ນ

ຊຸມຊົນໃນເຂດພູດອຍໄດ້ຮັບຄວາມຮູ້ມາຈາກບັນພະບຸລຸດ ແລະ ມີຄວາມຮູ້ສະເພາະກ່ຽວກັບສະພາບແວດລ້ອມປ່າໄມ້ຂອງພວກຕົນ. ຄວາມສາມາດໃນການດຳລົງຊີວິດ ແລະ ເຕີບໂຕຢ່າງມີຄວາມກົມກືນກັບລະບົບນິເວດ ຖືເປັນສ່ວນໜຶ່ງຂອງເອກະລັກຂອງພວກເຂົາ ແລະ ຈະຕ້ອງໄດ້ຮັບການຮວບຮວມ, ອະນຸລັກ ແລະ ຖ່າຍທອດໃຫ້ກັບຄົນຮຸ່ນຫຼັງ.

ໃນພາກປະຕິບັດ: