ຄູ່ຮ່ວມງານຂອງພວກເຮົາ
CCL
ອົງການ CCL (ອົງການຮ່ວມມືກັບປະເທດລາວ) ແມ່ນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເຊິ່ງເຮັດວຽກຮ່ວມກັບປະຊາຊົນທີ່ອາໄສຢູ່ໃນເຂດພູດອຍທາງພາກເໜືອຂອງ ສປປ ລາວ ມາແຕ່ປີ 1980. ເຊິ່ງ 90% ຂອງຄ່າໃຊ້ຈ່າຍຂອງພວກເຂົາແມ່ນກາຍເປັນຜົນປະໂຫຍດໂດຍກົງຂອງຊຸມຊົນໃນເຂດຊົນນະບົດເຫຼົ່ານີ້. ອົງການດັ່ງກ່າວໄດ້ຮັບການສະໜັບສະໜູນສະເພາະຈາກ AFD (ອົງການຝຣັ່ງເພື່ອການພັດທະນາ), ອົງການ Brot für die welt ແລະ ສະຫະພາບເອີຣົບ.
ໃນການຮ່ວມມືກັບປະຊາຊົນລາວຂອງພວກເຂົາແມ່ນມີທັງດ້ານວິຊາການ (ຄວາມຮູ້ເຊີງເລິກ ແລະ ປະສົບການ) ແລະ ຄວາມຮູ້ (ຄວາມປາຖະໜາໃນຄວາມກ້າວໜ້າ, ຄວາມຢືດຍຸ່ນ, ການປັບຕົວເຂົ້າກັບສະພາບການທ້ອງຖິ່ນ). ດ້ວຍການສົ່ງເສີມຄວາມຮັບຜິດຊອບ ແລະ ການສ້າງຄວາມເຂັ້ມແຂງ, ພວກເຂົາສະໜັບສະໜູນປະຊາກອນ ແລະ ຜູ້ມີອໍານາດໃນການຕັດສິນໃຈ ໃນການກໍານົດ ແລະ ດໍາເນີນການແກ້ໄຂທີ່ປັບຕົວເຂົ້າກັບແຕ່ລະສະຖານະການ, ໃນລັກສະນະທີ່ສອດຄ່ອງ ແລະ ເປັນອິດສະຫຼະ. ພວກເຂົາມັກຈັດຝຶກອົບຮົມ ແລະ ເສີມຂະຫຍາຍຄວາມສາມາດຂອງການສະແດງອອກ, ຄວາມຄິດສ້າງສັນ, ການເຈລະຈາຕໍ່ລອງ ລວມທັງການຈັດຕັ້ງຂອງບຸກຄົນ ແລະ ກຸ່ມ.
ອົງການ CCL ເລີ່ມເຮັດວຽກຢູ່ເມືອງຍອດອູມາແຕ່ປີ 2008 ເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການຂອງຄອບຄົວໃນເຂດພູດອຍ ຂອງເມືອງຍອດອູ. ປັດຈຸບັນນີ້, ອົງການ CCL ໄດ້ໃຫ້ການສະໜັບສະໜູນປະຊາຊົນທີ່ອາໄສຢູ່ໃນເມືອງດັ່ງກ່າວກວ່າ 3,000 ຄອບຄົວ. ຂະນະທີ່ ອົງການ CCL ຍັງໄດ້ຢູ່ຄຽງຂ້າງ ແລະ ສະໜັບສະໜູນບັນດາຊາວກະສິກອນລາຍຍ່ອຍ ໃນການປະຕິບັດດ້ານນິເວດວິທະຍາກະສິກໍາຂອງພວກເຂົາ ໂດຍຜ່ານການເພີ່ມຄຸນຄ່າຂອງຜະລິດຕະພັນຈາກປ່າທີ່ບໍ່ແມ່ນໄມ້ ໂດຍສະເພາະກໍແມ່ນ ຊາ. ໂຄງການການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ, ລວມທັງປັບປຸງໂຄງສ້າງຂອງຂະແໜງການຊາ. ພ້ອມກັບການສະໜັບສະໜູນການສ້າງຕັ້ງສະຫະກອນຊາຍອດອູ ເພື່ອຊ່ວຍເປີດຫົນທາງສູ່ຄວາມເປັນອິດສະຫຼະ ທັງເປັນເຈົ້າຕົນເອງ.